ໃຫ້ບໍລິການ 24 ຊົວໂມງ
+8562056455595, 020 77 105 350
Card image cap

OAC BROKER ມີປະກັນຫຍັງແດ່?

OAC BROKER ມີປະກັນທຸກແບບທີທ່ານຕ້ອງການ ບໍ່ວ່າຈະເປັນປະກັນທົ່ວໄປເຊັ່ນ:

- ປະກັນໄພລົດ 

- ປະກັນອຸປະຕິເຫດ

- ປະກັນສຸຂະພາບ

- ປະກັນໄພອັກຄີໄພ 

- ປະກັນໄພອື່ນໆ

ຈົນໄປຮອດປະກັນສຸຂະພາບຂອງອົງກອນສາກົນ NGO, ໂຄງການກໍສ້າງຂະໜາດໃຫຍ່ ປະກັນເຂື່ອນໄຟຟ້າ

Card image cap

ເອກະສານປະກອບໃນການຂໍເບີກເງິນຄ່າປິ່ນປົວຄືນມີຫຍັງແດ່?

ເມື່ອທ່ານຕ້ອງການຂໍເບີກເງິນຄ່າປິ່ນປົວຄືນ ຕ້ອງປະຕິບັດຕາມຂັ້ນຕອນດັ່ງນີ້:

  1. ຂຽນແບບຟອມຂໍເບີກເງິນຄືນຂອງບໍລິສັດປະກັນ
  2. ກ໊ອບປີ ບັດປະຈຳຕົວ, ໃບຂັບຂີ່, Passport ຫຼື ສຳມະໂນຄົວ (ຢ່າງໃດຢ່າງໜຶ່ງ)
  3. ກ໊ອບປີ ບັດປະກັນໄພ
  4. ແນບເອກະສານໃນການປິ່ນປົວ

- ໃບຮັບເງິນ

- ໃບບົ່ງມະຕິພະຍາດ/ໃບອອກໂຮງໝໍ

- ຜົນກວດ ຫຼື ຜົນ X-ray

- ລາຍການຢາ

Card image cap

ທຸກໆສັນຍາປະກັນໄພ ສາມາດຊ່ວຍທ່ານໄດ້ເວລາທີ່ເກີດອຸປະຕິເຫດບົນທ້ອງຖະໜົນ

ຖ້າທ່ານເກີດອຸປະຕິເຫດຂັ້ນຕອນໃນການປະຕິບັດຄື:

1 ຕັ້ງສະຕິ ແລະ ຍອມຮັບໃນເຫດການທີ່ເກີດຂື້ນໄປແລ້ວ ທຸກໆອຸປະຕິເຫດລ້ວນເປັນສິ່ງທີ່ ບໍ່ມີໃຜຕ້ອງການໃຫ້ເກີດຂຶ້ນ

2 ລົງລົດ ແລະ ເຂົ້າໄປໂອ້ລົມກັບຄູ່ກໍລະນີ ພ້ອມທັງສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນ

3 ໂທຫາບໍລິສັດປະກັນ ເພື່ອລົງມາຊ່ວຍເບິ່ງອຸປະຕິເຫດ ແລະ ຮັບຜິດຊອບຕາມເງື່ອນໄຂຂອງສັນຍາ

4 ໃນກໍລະນີທີ່ບໍມີປະກັນໄພ ແມ່ນໃຫ້ລົມໄກ່ເກ່ຍກັບຄູ່ກໍລະນີກ່ອນວ່າ ຝ່າຍໃດຖືກຝ່າຍໃດຜິດ ແລະຕົກລົງເລື່ອງຄວາມຮັບຜິດຊອບໃນການສ້ອມແປງຂອງທັງສອງຝ່າຍ

5 ຫາກຕົກລົງເລື່ອງການຮັບຜິດຊອບໃນການສ້ອມແປງລົດຂອງທັງສອງຝ່າຍບໍ່ເປັນທີ່ຕົກລົງກັນໄດ້

ແມ່ນຕ້ອງໂທຫາເຈົ້າໜ້າທີ່ ຈາລະຈອນລົງມາເບິ່ງອຸປະຕິເຫດຕົວຈິງ ແລະ ເປັນຜູ້ຕັດສິນວ່າຝ່າຍໃດ ຖືກຝ່າຍໃດຜິດ ໂດຍອີງຕາມກົດລະບຽບຈາລະຈອນ

6 ພາຍຫຼັງຕໍາຫຼວດຈາລະຈອນຕັດສິນແລ້ວ ຝ່າຍຜິດຈະຕ້ອງເປັນຜູ້ຮັບສ້ອມແປງລົດໃຫ້ກັບຄູ່ ກໍລະນີ

7 ຕໍາຫຼວດຈາລະຈອນ ຈະມີການເກັບຄ່າທໍານຽມກັບທັງສອງຝ່າຍໃນການດໍາເນີນງານຂອງເຈົ້າໜ້າທີ່