ໃຫ້ບໍລິການ 24 ຊົວໂມງ
+8562056455595, 020 77 105 350
ກະລຸນາເລືອກປະເພດປະກັນໄພລົດ

ປະກັນໄພອຸປະຕິເຫດ

ປົກປ້ອງທ່ານຈາກອຸປະຕິເຫດ ການປ້ອງກັນດ່ວນ, ທຸກເວລາ, ທຸກບ່ອນ, ເພາະວ່າອຸບັດຕິເຫດສາມາດເກີດຂື້ນໄດ້ທຸກເວລາ.

blog
22/11/2023

ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ / ແຜນ/Plan 5

ຄ່າປະກັນ : 750,000 ກີບ

ເບິ່ງເພີ່ມເຕີມ.....
blog
23/11/2023

ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ / ແຜນ/Plan 1

ຄ່າປະກັນ : 300,000 ກີບ

ເບິ່ງເພີ່ມເຕີມ.....
blog
24/11/2023

ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ / ແຜນ/Plan 2

ຄ່າປະກັນ : 450,000 ກີບ

ເບິ່ງເພີ່ມເຕີມ.....

ຊອກຫາ ລາຄາປະກັນໄພເດີນທາງ

Card image cap

OAC BROKER ມີປະກັນຫຍັງແດ່?

OAC BROKER ມີປະກັນທຸກແບບທີທ່ານຕ້ອງການ ບໍ່ວ່າຈະເປັນປະກັນທົ່ວໄປເຊັ່ນ:

- ປະກັນໄພລົດ 

- ປະກັນອຸປະຕິເຫດ

- ປະກັນສຸຂະພາບ

- ປະກັນໄພອັກຄີໄພ 

- ປະກັນໄພອື່ນໆ

ຈົນໄປຮອດປະກັນສຸຂະພາບຂອງອົງກອນສາກົນ NGO, ໂຄງການກໍສ້າງຂະໜາດໃຫຍ່ ປະກັນເຂື່ອນໄຟຟ້າ

ອ່ານເພີ່ມເຕີມ
Card image cap

ເອກະສານປະກອບໃນການຂໍເບີກເງິນຄ່າປິ່ນປົວຄືນມີຫຍັງແດ່?

ເມື່ອທ່ານຕ້ອງການຂໍເບີກເງິນຄ່າປິ່ນປົວຄືນ ຕ້ອງປະຕິບັດຕາມຂັ້ນຕອນດັ່ງນີ້:

  1. ຂຽນແບບຟອມຂໍເບີກເງິນຄືນຂອງບໍລິສັດປະກັນ
  2. ກ໊ອບປີ ບັດປະຈຳຕົວ, ໃບຂັບຂີ່, Passport ຫຼື ສຳມະໂນຄົວ (ຢ່າງໃດຢ່າງໜຶ່ງ)
  3. ກ໊ອບປີ ບັດປະກັນໄພ
  4. ແນບເອກະສານໃນການປິ່ນປົວ

- ໃບຮັບເງິນ

- ໃບບົ່ງມະຕິພະຍາດ/ໃບອອກໂຮງໝໍ

- ຜົນກວດ ຫຼື ຜົນ X-ray

- ລາຍການຢາ

ອ່ານເພີ່ມເຕີມ
Card image cap

ທຸກໆສັນຍາປະກັນໄພ ສາມາດຊ່ວຍທ່ານໄດ້ເວລາທີ່ເກີດອຸປະຕິເຫດບົນທ້ອງຖະໜົນ

ຖ້າທ່ານເກີດອຸປະຕິເຫດຂັ້ນຕອນໃນການປະຕິບັດຄື:

1 ຕັ້ງສະຕິ ແລະ ຍອມຮັບໃນເຫດການທີ່ເກີດຂື້ນໄປແລ້ວ ທຸກໆອຸປະຕິເຫດລ້ວນເປັນສິ່ງທີ່ ບໍ່ມີໃຜຕ້ອງການໃຫ້ເກີດຂຶ້ນ

2 ລົງລົດ ແລະ ເຂົ້າໄປໂອ້ລົມກັບຄູ່ກໍລະນີ ພ້ອມທັງສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນ

3 ໂທຫາບໍລິສັດປະກັນ ເພື່ອລົງມາຊ່ວຍເບິ່ງອຸປະຕິເຫດ ແລະ ຮັບຜິດຊອບຕາມເງື່ອນໄຂຂອງສັນຍາ

4 ໃນກໍລະນີທີ່ບໍມີປະກັນໄພ ແມ່ນໃຫ້ລົມໄກ່ເກ່ຍກັບຄູ່ກໍລະນີກ່ອນວ່າ ຝ່າຍໃດຖືກຝ່າຍໃດຜິດ ແລະຕົກລົງເລື່ອງຄວາມຮັບຜິດຊອບໃນການສ້ອມແປງຂອງທັງສອງຝ່າຍ

5 ຫາກຕົກລົງເລື່ອງການຮັບຜິດຊອບໃນການສ້ອມແປງລົດຂອງທັງສອງຝ່າຍບໍ່ເປັນທີ່ຕົກລົງກັນໄດ້

ແມ່ນຕ້ອງໂທຫາເຈົ້າໜ້າທີ່ ຈາລະຈອນລົງມາເບິ່ງອຸປະຕິເຫດຕົວຈິງ ແລະ ເປັນຜູ້ຕັດສິນວ່າຝ່າຍໃດ ຖືກຝ່າຍໃດຜິດ ໂດຍອີງຕາມກົດລະບຽບຈາລະຈອນ

6 ພາຍຫຼັງຕໍາຫຼວດຈາລະຈອນຕັດສິນແລ້ວ ຝ່າຍຜິດຈະຕ້ອງເປັນຜູ້ຮັບສ້ອມແປງລົດໃຫ້ກັບຄູ່ ກໍລະນີ

7 ຕໍາຫຼວດຈາລະຈອນ ຈະມີການເກັບຄ່າທໍານຽມກັບທັງສອງຝ່າຍໃນການດໍາເນີນງານຂອງເຈົ້າໜ້າທີ່

ອ່ານເພີ່ມເຕີມ
Card image cap

ການປິ່ນປົວຫຍັງແດ່ທີ່ປະກັນສຸຂະພາບບໍ່ຄຸ້ມຄອງ

ຮູ້ແລ້ວບໍ່..? 7 ການປິ່ນປົວທີ່ປະກັນສຸຂະພາບບໍ່ຄຸ້ມຄອງມີຫຍັງແດ່

ການປິ່ນປົວ ສິວ, ຝ້າ, ກະ, ລັງແຄ, ຜົມລົ່ນ

ການປິ່ນປົວແຂ້ວ ເຊັ່ນ: ການຂູດຫີນປູນ, ຖອນແຂ້ວ, ອັດແຂ້ວ, ໃສ່ແຂ້ວປອມ

ການປິ່ນປົວກ່ຽວກັບໂລກທີ່ເກີດຈາກຄວາມຄຽດ, ວິຕົກກັງວົນ, ໂລກນອນບໍ່ລັບ, ນອນໂກນ ແລະ ໂລກກ່ຽວກັບພາວະທາງຈິດ

ການປິ່ນປົວກ່ຽວກັບການເກີດລູກ, ການຖືພາ ແລະ ພະຍາດແຊກຊ້ອນຈາກການເກີດລູກ

ການປິ່ນປົວພະຍາດຕິດຕໍ່ທາງເພດສໍາພັນ

ການປິ່ນປົວພະຍາດທາງກໍາມະພັນ

ການບາດເຈັບທີ່ເກີດຈາກຜູ້ໄດ້ຮັບການປະກັນໄພເຂົ້າຮ່ວມກິດຈະກໍາປະເພດທີ່ມີຄວາມສ່ຽງ ເຊັ່ນ: ແຂ່ງລົດ, ແຂ່ງເຮືອ, ຂຶ້ນບາລູນຫຼື ບັນຈີ້ຈໍ້າ

ອ່ານເພີ່ມເຕີມ
Card image cap

ປະກັນສຸຂະພາບຄຸ້ມຄອງແນວໃດ

ເປັນຫຍັງ❓ບາງຄັ້ງເຮົາຈຶ່ງໄດ້ຈ່າຍເງິນສ່ວນເກີນ ທັງທີ່ຊື້ປະກັນສຸຂະພາບໃນລາຄາທີ່ສູງ

ກ່ອນອື່ນເຮົາຕ້ອງຮູ້ກ່ອນວ່າ ປະກັນສຸຂະພາບຈະມີວົງເງິນຄຸ້ມຄອງຈໍາກັດໃນແຕ່ລະລາຍການ (ລາຍການຄ່າປິ່ນປົວ) ເຖິງແມ່ນວ່າເຮົາຈະຊື້ປະກັນສຸຂະພາບໃນແຜນທີ່ສູງກໍຕາມ ເຊິ່ງລາຍການປິ່ນປົວທີ່ປະກັນສຸຂະພາບຄຸ້ມຄອງແມ່ນມີຄື: 

  • ຄ່າຫ້ອງນອນ ແລະຄ່າອາຫານ
  • ຄ່າປິ່ນປົວທົ່ວໄປ (ໄດ້ແກ່ ຄ່າຢາ, ຄ່າລ້າງບາດ, ຄ່າອຸປະກອນທີ່ໃຊ້ໃນການປິ່ນປົວ, ຄ່າບໍລິການຂອງໂຮງໝໍ, ຄ່າກາຍຍະພາບບໍາບັດ)
  • ຄ່າໝໍຢ້ຽມໄຂ້
  • ຄ່າກວດເລືອດ ຫຼື X-ray
  •  ຄ່າຫ້ອງຜ່າຕັດ

ອ່ານເພີ່ມເຕີມ
Card image cap

ຂັ້ນຕອນການໃຊ້ສິດບັດປະກັນ ຢູ່ໂຮງໝໍ ຫຼື ຄລີນິກ ໃນເຄືອຄ່າຍ

 ກໍລະນີເຈັບປ່ວຍ ທ່ານກໍ່ສາມາດໃຊ້ບັດປະກັນໄດ້ ໂດຍປະຕິດບັດດັ່ງລຸ່ມນີ້: 

✅ ສະແດງບັດປະກັນສຸຂະພາບ ຄອບຄູ່ກັບບັດປະຈຳຕົວ, ພາດສະປອດ, ໃບຂັບຂີ່ ຫຼື ສໍາມະໂນຄົວ ຢ່າງໃດຢ່າງໜຶ່ງ ຢູ່ພະແນກຕ້ອນຮັບຂອງ ໂຮງໝໍ ຫຼື ຄລີນິກໃນເຄືອຄ່າຍ (ກໍລະນີທີ່ເປັນໂຮງໝໍລັດ ແມ່ນໃຫ້ສະແດງບັດຢູ່ພະແນກຮັບບັດປະກັນສັງຄົມ) 

✅ ພາຍຫຼັງທີ່ໂຮງໝໍ ຫຼື ຄລີນິກໄດ້ຮັບບັດແລ້ວຈະທຳການກວດສອບເບິ່ງວົງເງິນການຄຸ້ມຄອງ ແລະ ໃຫ້ຜູ້ໃຊ້ປະກັນເຂົ້າຮັບການປິ່ນປົວຕາມພະຍາດທີ່ປິ່ນປົວ

✅ ພາຍຫຼັງປິ່ນປົວແລ້ວ ແມ່ນບໍ່ຕ້ອງຈ່າຍເງິນຄ່າປິ່ນປົວ ແຕ່ຖ້າຫາກວ່າຄ່າປິ່ນປົວນັ້ນເກີນວົງເງິນການຄວາມຄຸ້ມຄອງແມ່ນຜູ້ທີ່ໃຊ້ບັດປະກັນຕ້ອງໄດ້ຈ່າຍສ່ວນຕ່າງຂອງຄ່າປິ່ນປົວທີ່ເກີນຈາກວົງເງິນການຄຸ້ມຄອງນັ້ນ

ໝາຍເຫດ: ການໃຊ້ບັດປະກັນທຸກໆຄັ້ງແມ່ນຕ້ອງແຈ້ງບັດປະກັນກ່ອນເຂົ້າຮັບການປິ່ນປົົວ (ຍົກເວັ້ນກໍລະນີທີ່ສຸກເສີນ ແມ່ນສາມາດຮັບການປິ່ນປົວກ່ອນແລ້ວແຈ້ງບັດປະກັນພາຍຫຼັງໄດ້)

ອ່ານເພີ່ມເຕີມ
Card image cap

ບັດປະກັນສາມາດໃຊ້ແທນເງິນສົດໃນໂຮງໝໍທີ່ຮ່ວມໂຄງການຫຼາຍກວ່າ 373 ແຫ່ງ

ທ່ານຮູ້ ຫຼືບໍ່? ການມີປະກັນສຸຂະພາບ ປຽບເໝືອນການມີເງີນສໍາຮອງສຸກເສີນໄວ້ໃຊ້ຍາມເຈັບປ່ວຍ ເພາະທຸກໆການເຈັບປ່ວຍຂອງທ່ານ ສາມາດໃຊ້ບັດປະກັນ ແທນການຈ່າຍດ້ວຍເງິນສົດໄດ້

  • ໂຮງໝໍທີ່ຮ່ວມໂຄງການພາຍໃນປະເທດ 52 ແຫ່ງ
  • ໂຮງໝໍທີ່ຮ່ວມໂຄງການໃນປະເທດໄທ 321 ແຫ່ງ

ອ່ານເພີ່ມເຕີມ

embedding google maps